ໜ້າຫຼັກ

ການເຊື່ອມໂຍງບຸກຄະລາກອນເພື່ອສ້າງອະນາຄົດ 

ກອງປະຊຸມສຳມະນາດ້ານຊັບພະຍາກອນມະນຸດປະຈຳປີ ປີ 2025, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ 

ການສ້າງພາບລັກໃໝ່ຂອງການຄຸ້ມຄອງຊັບພະຍາກອນມະນຸດ ໃຫ້ກາຍເປັນຕົວຂັບເຄື່ອນຫຼັກ ໃນການສ້າງຍຸດທະສາດ, ນະວັດຕະກຳຂອງອົງກອນ ແລະ ການສົ່ງເສີມບຸກຄະລາກອນ. 

ຂໍເຊີນບັນດາທ່ານເຂົ້າຮ່ວມກອງປະຊຸມສຳມະນາດ້ານຊັບພະຍາກອນມະນຸດ ທີ່ມີອິດທິພົນທີ່ສຸດໃນລາວ, ບ່ອນທີ່ຜູ້ນໍາ, ຊ່ຽວຊານ ແລະ ນັກພັດທະນາການປ່ຽນແປງມາພົບປະກັນ ເພື່ອສ້າງອະນາຄົດຂອງການເຮັດວຽກໃນຮູບແບບໃໝ່.

ກອງປະຊຸມ 2 ວັນ, ວັນທີ 13 - 14 ພະຈິກ 2025

📍ສະຖານທີ່: ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ 

👉ລົງທະບຽນໄດ້ທີ່: https://bit.ly/2025HRConference-Registrations 

👉ສົນໃຈເປັນຜູ້ສະໜັບສະໜູນ: https://lai.eventsair.com/2025-hr-conference/exhibition


ເປັນຫຍັງຕ້ອງເຂົ້າຮ່ວມ?

ກອງປະຊຸມ HR ປີ 2025 ແມ່ນເວທີສຳຄັນສໍາລັບຜູ້ບໍລິຫານ HR, ຜູ້ປະກອບການທຸລະກິດ, ຜູ້ສ້າງນະໂຍບາຍ, ຊ່ຽວຊານ, ຄູຝຶກ ແລະ ພະນັກງານ HR ທີ່ສົນໃຈພັດທະນາຕົນເອງ. 

ເນື້ອໃນງານປີນີ້ ຈະສຸມໃສກິດຈະກຳທີ່ຢູ່ນອກກອບທິດສະດີ ແລະ ຈະສຸມໃສ່ຍຸດທະສາດທີ່ສາມາດປະຕິບັດໄດ້, ພ້ອມທັງລວມເອົານະວັດຕະກໍາ ແລະ ວິທີການໃນການແກ້ໄຂບັນຫາຕົວຈີງ.

ປະສົບການທີ່ທີ່ຈະໄດ້: 

✅ ບົດບັນຍາຍທີຊົງອິທິພົນ 

✅ ກິດຈະກຳແບບມີສ່ວນຮ່ວມ 

✅ ການສົນທະນາແບບຍຸດທະສາດ 

✅ ກໍລະນີສຶກສາ 

✅ ເຄຶ່ອງມື ແລະ ໂຄງສ້າງ


ຈູດເດັ່ນຂອງງານ

✨ ປະສົບການຈາກກອງປະຊຸມ 2 ວັນ ລວມມີ ການບັນຍາຍ, ເວທີສົນທະນາ ແລະ ກອງປະຊຸມສໍາມະນາປຶກສາຫາລື..

✨ຫົວຂໍ້ຫຼັກ 3 ດ້ານ:

  1. ຄວາມຮູ້ (KNOWING): ການວາງແຜນກຳລັງແຮງງານຂັ້ນຍຸດທະສາດ ແລະ ການປັບປຸງຊັບພະຍາກອນມະນຸດໃຫ້ສອດຄ່ອງກັບເປົ້າໝາຍອົງກອນ
  2. ການຊອກຫາ (FINDING): ການດຶງດູດພະນັກງານພາຍນອກ (ການຈ້າງງານ) ແລະ ການພັດທະນາພະນັກງານພາຍໃນອົງກອນ (ຄວາມກ້າວໜ້າໃນສາຍອາຊີບ)
  3. ການຮັກສາ (KEEPING): ການຮັກສາພະນັກງານແບບຍຸດທະສາດ, ການມີສ່ວນຮ່ວມ, ແລະ ການບໍລິຫານດ້ານຄວາມຮູ້

✨ ຊ່ຽວຊານສາກົນ ແລະ ທ້ອງຖິ່ນ ຮຽນຮູ້ຂໍ້ມູນເຊີງເລິກດ້ານມາດຕະການຕ່າງໆຈາກຜູ້ນໍາລະດັບໂລກ ແລະ ອົງກອນໃນລະດັບແຖວໜ້າຈາກລາວ.

✨ ໂອກາດໃນການເຊື່ອມໂຍງ ກັບບັນດາເຄື່ອຂ່າຍນັກວິຊາຊີບໃນງານລ້ຽງ, ງານວາງສະແດງ, ແລະ ການສ້າງສາຍພົວພັນຕ່າງໆ.

✨ ການວາງສະແດງຜະລິດຕະພັນ ແລະ ການບໍລິການທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງບຸກຄະລາກອນ, ຈາກຜູ້ສະໜອງເຕັກໂນໂລຊີ ແລະ ຄູ່ຮ່ວມມື ທີ່ສະໜອງເຄື່ອງມືການບໍລິຫານ.


ຫົວຂໍ້ຂອງພວກເຮົາ: ເຊື່ອມໂຍງບຸກຄະລາກອນເພື່ອສ້າງອະນາຄົດ

ອະນາຄົດຂອງ HR ຂຶ້ນຢູ່ກັບການເຊື່ອມໂຍງກັນລະຫວ່າງບຸກຄະລາກອນ, ເຕັກໂນໂລຍີ, ຍຸດທະສາດ ແລະ ວັດທະນະທໍາ. HR ບໍ່ແມ່ນພຽງແຕ່ໜ່ວຍງານສະໜັບສະໜູນ. HR ແມ່ນຍຸດທະສາດ. ກອງປະຊຸມນີ້ຈະສົ່ງເສີມໃຫ້ທ່ານໃນການນໍາພາໃຫ້ເກີດການປ່ຽນແປງ ແລະ ແສງສະຫວ່າງ ໃນການຈະເລີນເຕິບໂຕຂອງອົງກອນຂອງທ່ານ.


ໃຜຄວນເຂົ້າຮ່ວມ?

  • ຜູ້ບໍລິຫານ, ວິຊາການ & ຜູ້ບໍລິຫານ HR
  • ຜູ້ນຳທຸລະກິດ & ຜູ້ປະກອບການ
  • ຊ່ຽວຊານສາກົນ ແລະ ທີ່ປຶກສາສະເພາະດ້ານHR
  • ລັດຖະກອນ ແລະ ຜູ້ສ້າງນະໂຍບາຍ
  • ຄູຝຶກສອນ ແລະ ນັກຄົ້ນຄວ້າ
  • ນັກຮຽນ ແລະ ບຸກຄະລາກອນ HR ໃນອະນາຄົດ

ບໍ່ວ່າທ່ານຈະເປັນຜູ້ກໍານົດນະໂຍບາຍ ຫຼື ວາງແຜນກໍາລັງແຮງງານ ທ່ານຄວນເຂົ້າຮ່ວມກອງປະຊຸມນີ້.


ມາຮ່ວມເປັນສ່ວນຫນຶ່ງຂອງການປ່ຽນແປງ

ຊ່ວຍໃຫ້ພວກເຮົາສ້າງອະນາຄົດຂອງ HR ໃນລາວຮ່ວມກັນ. ໃຫ້ພວກເຮົາສາມາດຂັບເຄື່ອນນະວັດຕະກໍາ, ວັດທະນະທໍາ ແລະ ການພັດທະນາກໍາລັງແຮງງານຢ່າງມີເປົ້າໝາຍ.

✅ ລົງທະບຽນໄດ້ເລີຍທີ່ນີ້ 

✅ ຮ່ວມເປັນຜູ້ສະໜັບສະໜູນ

✅ ດາວໂຫລດວາລະ (ໄວໆນີ້)


ຄູ່ຮ່ວມງານ ແລະ ຜູ້ສະໜັບສະໜູນຫຼັກ

ໂດຍໄດ້ຮັບການສະໜັບສະໜູນຈາກອົງກອນທີ່ໃຫ້ຄວາມສຳຄັນດ້ານ HR.


ສົນໃຈໃນການຮ່ວມມື? 

👉 ມາເປັນຜູ້ສະໜັບສະໜູນ: infohrd@laosaustraliainstitute.org 


ຕິດຕາມພວກເຮົາ

ຕິດຕາມພວກເຮົາເພື່ອຂໍ້ມູນເພີ່ມເຕີມ, ລາຍລະອຽດງານ ແລະ ສະເໜີເປັນສ່ວນໜຶ່ງຂອງງານ ກອງປະຊຸມ HR 2025: