ກ່ຽວກັບພວກເຮົາ

ກອງປະຊຸມສຳມະນາດ້ານຊັບພະຍາກອນມະນຸດປະຈຳປີ 2025: ເຊື່ອມໂຍງບຸກຄະລາກອນເພື່ອສ້າງອະນາຄົດ

ກອງປະຊຸມ ສຳມະນາດ້ານຊັບພະຍາກອນມະນຸດປະຈຳປີ 2025 ແມ່ນເປັນການເຕົ້າໂຮມ ບັນດາຜູ້ຊ່ຽວຊານຊັ້ນນໍາ ຂອງວຽກງານດ້ານຊັບພະຍາກອນມະນຸດ (HR), ຜູ້ນໍາທາງທຸລະກິດ, ແລະ ບັນດາຜູ້ນຳທີ່ມີອຳນາດໃນການຕັດສິນໃຈໃນທົ່ວ ສປປ ລາວ ແລະ ພາກພື້ນ.

ກິດຈະກໍາທີ່ຈະເກີດຂື້ນພາຍໃນສອງມື້ນີ້ ຈະກວມເອົາການສົນທະນາຄົ້ນຄວ້າດ້ານຊັບພະຍາກອນມະນຸດພາຍໃຕ້ຫົວຂໍ້ "ເຊື່ອມໂຍງບຸກຄະລາກອນເພື່ອສ້າງອະນາຄົດ" ໂດຍສຸມໃສ່ວິທີທີ່ນັກວິຊາການ HR ສາມາດຂັບເຄື່ອນຍຸດທະສາດອົງກອນ, ສົ່ງເສີມນະວັດຕະກໍາ, ແລະ ເສີມສ້າງວັດທະນະທໍາຢູ່ອົງກອນຂອງເຂົາເຈົ້າໄດ້.

ຈາກຜົນສໍາເລັດຂອງການຈັດງານໃນປີ 2024 ທີ່ຜ່ານມາ ເຊິ່ງໄດ້ຕ້ອນຮັບຜູ້ເຂົ້າຮ່ວມຫຼາຍກວ່າ 300 ຄົນ, ດັ່ງນັ້ນ ກອງປະຊຸມປີນີ້ແມ່ນຈະໃຫຍ່ກວ່າເກົ່າ ແລະ ຈະເພີ່ມຈໍານວນຜູ້ເຂົ້າຮ່ວມໃຫ້ເປັນສອງເທົ່າຈາກປີທີ່ຜ່ານມາ. ດ້ວຍການເພີ່ມຫົວຂໍ້ບັນຍາຍທີ່ໜ້າສົນໃຈ, ກອງປະຊຸມປະຕິບັດການແບບໂຕ້ຕອບ, ແລະ ກອງປະຊຸມຮ່ວມມື, ຜູ້ເຂົ້າຮ່ວມຈະໄດ້ຮັບທັດສະນະໃໝ່, ເຄື່ອງມືການປະຕິບັດວຽກງານທີ່ສາມາດນຳໄປປັບໃຊ້ໄດ້ຈີງ, ແລະ ການສ້າງເຄື່ອຂ່າຍທີ່ມີຄຸນຄ່າເພື່ອຊ່ວຍສ້າງອະນາຄົດຂອງວຽກງານຂອງເຂົາເຈົ້າ.

ໃຜຄວນເຂົ້າຮ່ວມ?

  • ຊ່ຽວຊານ ແລະ ຜູ້ບໍລິຫານດ້ານ HR
  • ຜູ້ປະກອບການ ແລະ ຜູ້ນໍາທາງທຸລະກິດ
  • ຜູ້ກໍານົດນະໂຍບາຍ ແລະ ນັກຄົ້ນຄວ້າ
  • ນັກວິຊາການ ແລະ ນັກສຶກສາ

ສະຖານທີ່ຈັດກອງປະຊຸມ:

📍 ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ, ສປປ ລາວ

ກອງປະຊຸມຈະຈັດຂຶ້ນຢູ່ໃຈກາງນະຄອນຫຼວງວຽງຈັນທີ່ມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ, ພື້ນທີ່ວາງສະແດງ, ແລະ ພື້ນທີ່ສ້າງເຄືອຂ່າຍທີ່ເໝາະສົມ.